ພາສາລາວ
ຕ້ອງການຄວາມຊ່ວຍເຫຼືອໃນການຈ່າຍໃບບິນຄ່າໃຊ້ຈ່າຍຂອງທ່ານບໍ?
ຖ້າທ່ານບໍ່ສາມາດຈ່າຍໃບບິນຄ່າໄຟຟ້າ, ແກັສທຳມະຊາດ ຫຼື ນ້ຳໃນໄລຍະການລະບາດຂອງພະຍາດ COVID-19 ໄດ້, ມີການຊ່ວຍເຫຼືອສຳລັບສິ່ງນີ້.
ໂທຫາບໍລິສັດຊ່ວຍໃນເລື້ອງການໃຊ້ຈ່າຍຂອງທ່ານ. ຖາມຄຳຖາມສອງຂໍ້ນີ້:
- ທ່ານມີຄຸນສົມບັດໃດສຳລັບໂຄງການຊ່ວຍເຫຼືອຫຍັງແດ່?
- ທ່ານສາມາດສ້າງແຜນການຈ່າຍເງີນ ສຳລັບຍອດເງິນທີ່ຍັງເຫຼືອຜ່ານມາບໍ?
ຕ້ອງການຄວາມຊ່ວຍເຫຼືອໃນການຕິດຕໍ່ຫາໄຟຟ້າ, ແກສທຳມະຊາດ ຫຼື ນ້ຳບໍ? ໃສ່ທີ່ຢູ່ຂອງທ່ານໃສ່ໃນແຜນທີ່ໃນໜ້ານີ້: https://www.commerce.wa.gov/utility-assistance/.
ທ່ານອາດຈະມີຄຸນສົມບັດ ສຳລັບໂຄງການຂອງລັດຖະບານທີ່ຊ່ວຍປະຊາຊົນຈ່າຍໃບບິນຄ່າໃຊ້ຈ່າຍຕ່າງໆ.
ທ່ານອາດຈະມີຄຸນສົມບັດໄດ້ຮັບໂຄງການຈາກລັດຖະບານທີ່ມີຊື່ວ່າ “LIHEAP” (ໂຄງການຊ່ວຍເຫຼືອພະລັງງານ
ເຮືອນທີ່ມີລາຍໄດ້ຕ່ຳ) ອັນນີ້ອີງຕາມລາຍໄດ້ຂອງທ່ານ. ກຳລັງພັດທະນໂຄງການໃໝ່ ແລະ ຄ້າຍຄືກັນ
ສຳລັບໃບບິນຄ່ານໍ້າ. ສິ່ງເຫຼົ່ານີ້ແມ່ນບາງຕົວຢ່າງຂອງລະດັບລາຍໄດ້ທີ່ມີຄຸນວຸດເໝາະສົມ:
- ຂະໜາດຄົວເຮືອນແມ່ນ 1 ຄົນ = ລາຍໄດ້ຕໍ່າກ່ວາ 1,595 ໂດລາຕໍ່ເດືອນ ຫຼື 19,140 ໂດລາຕໍ່ປີ.
- ຂະໜາດຄົວເຮືອນແມ່ນ 2 ຄົນ = ລາຍໄດ້ຕໍ່າກ່ວາ 2,155 ໂດລາຕໍ່ເດືອນ ຫຼື 26,860 ໂດລາຕໍ່ປີ
- ຂະໜາດຄົວເຮືອນແມ່ນ 4 ຄົນ = ລາຍໄດ້ຕໍ່າກ່ວາ 3,275 ໂດລາຕໍ່ເດືອນ ຫຼື 39,300 ໂດລາຕໍ່ປີ
ສຳລັບຂໍ້ມູນ, ໃຫ້ໂທຫາ 2-1-1 ຫຼື ໂທຫາ “ອົງການປະຕິບັດງານຂອງຊຸມຊົນ” ໃນທ້ອງຖິ່ນທີ່ທ່ານອາໄສຢູ່. ໃຊ້ແຜນທີ່ນີ້ເພື່ອຊອກຫາຂໍ້ມູນຕິດຕໍ່: https://fortress.wa.gov/com/liheappublic/Map.aspx
ມີແຫຼ່ງຂໍ້ມູນທີ່ຈະຊ່ວຍໃນເລື້ອງການໃຊ້ຈ່າຍອື່ນໆ. ໂທຫາ 2-1-1 ເພື່ອສອບຖາມຂໍ້ມູນ.
ໂລກລະບາດໄດ້ເຮັດໃຫ້ປະຊາຊົນຫຼາຍຄົນໃນນະຄອນຫຼວງວໍຊິງຕັນມີໃບບິນທີ່ຕ້ອງເສນໂດຍບໍ່ຄາດຄິດ. ທ່ານບໍ່ໄດ້ຢູ່ໂດດດ່ຽວ ໂທຫາ 2-1-1 ເພື່ອລົມກັບບຸກຄົນໃດໜຶ່ງທີ່ສາມາດເຊື່ອມຕໍ່ທ່ານກັບບັນດາ
ໂຄງການທີ່ຊ່ວຍໃຫ້ປະຊາຊົນຈ່າຍຄ່າສິ່ງຕ່າງໆເຊັ່ນ: ຄ່າເຊົ່າ, ອາຫານ, ສັນຍານອີນເຕີເນັດ ແລະ ອື່ນໆ.
Last Updated 2021-06
- ኣማርኛ (AM)
- العربية (AR)
- Chuuk (CHK)
- Duetch (DE)
- Español (ES)
- فارسی (FA)
- Français (FR)
- हिन्दी (HI)
- Lus Hmoob (HM)
- 日本語 (JP)
- ကညီ ကျိာ် (KAR)
- ខ្មែរ (KM)
- 한국어 (KO)
- ພາສາລາວ (LAO)
- Kajin Majōl (MH)
- Tu’un Savi (MX)
- မြန်မာစာ (MY)
- नेपाली (NE)
- Afaan Oromoo (OM)
- ਪੰਜਾਬੀ (PA)
- Português (PT)
- Limba română (RO)
- русский язык (RU)
- Gagana Samoa (SM)
- Af-Soomaali (SO)
- Kiswahili (SW)
- தமிழ் (TA)
- తెలుగు (TE)
- ภาษาไทย (TH)
- ትግርኛ (TI)
- Tagalog (TL)
- українська мова (UK)
- ارُدُو (UR)
- Tiếng Việt (VI)
- 简体中文 (ZHS)
- 繁體中文 (ZHT)