ມີການຊ່ວຍເຫຼືອເງິນຈ່າຍຄ່າເຊົ່າ ສຳລັບຊ່ວງມີພະຍາດໂຄວິດ-19 ແລ້ວ

ຖ້າທ່ານເລີຍກຳນົດຊຳລະຄ່າເຊົ່າຂອງທ່ານ ຫຼື ສ່ຽງຕໍ່ການຖືກໄລ່ອອກ, ທ່ານຈະມີສາມທາງເລືອກດ້ວຍກັນ.

  • ການຊ່ວຍເຫຼືອເງິນຈ່າຍຄ່າເຊົ່າ. ອົງການຈັດຕັ້ງຂັ້ນທ້ອງຖິ່ນໃນທົ່ວລັດ ພວມຊ່ວຍກັນໃຫ້ການຊ່ວຍເຫຼືອເງິນຈ່າຍຄ່າເຊົ່າ. ທ່ານ ຫຼື ເຈົ້າຂອງເຮືອນຂອງທ່ານ ສາມາດຕິດຕໍ່ຫາອົງການຈັດຕັ້ງຂັ້ນທ້ອງຖິ່ນໃນເຂດປົກຄອງຂອງທ່ານ ເພື່ອຂໍຂໍ້ມູນກ່ຽວກັບວິທີກ
    ານສະໝັກ.

    ບັນຊີລາຍຊື່ຜູ້ໃຫ້ບໍລິການຊ່ວຍເຫຼືອເງິນຈ່າຍຄ່າເຊົ່າ: https://www.commerce.wa.gov/serving-communities/homelessness/eviction-rent-assistance-program/

    ຖ້າທ່ານເປັນຜູ້ເຊົ່າ ທີ່ມີອາຍຸຕ່ຳກວ່າ 25 ປີ, ກະລຸນາຕິດຕໍ່ຫາຜູ້ໃຫ້ບໍລິການໂຄງການ ໂຄງການໃຫ້ຄວາມຊ່ວຍເຫຼືອເງິນ ຈ່າຍຄ່າເຊົ່າໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມທີ່ຈະຖືກໄລ່ອອກໃນທ້ອງຖິ່ນ. ບັນຊີລາຍຊື່: https://www.commerce.wa.gov/serving-communities/homelessness/youth-and-young-adult-eviction-rent-assistance-program/

  • ໂຄງການແກ້ໄຂບັນຫາການຂັບໄລ່ອອກ. ທ່ານ ຫຼື ເຈົ້າຂອງເຮືອນຂອງທ່ານ ສາມາດຕິດຕໍ່ຫາສູນແກ້ໄຂຂໍ້ຂັດແຍ່ງປະຈຳທ້ອງຖິ່ນ ຢູ່ໃນເຂດປົກຄອງທີ່ທ່ານອາໄສຢູ່. ສູນເຫຼົ່ານີ້ສາມາດຊ່ວຍແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງກັບການຂັບໄລ່ອອກ. ບັນຊີລາຍຊື່: org/locations

  • ສິດໃນການໄດ້ຮັບໂຄງການໃຫ້ຄຳປຶກສາທາງດ້ານກົດໝາຍ. ຜູ້ເຊົ່າທີ່ໄດ້ຮັບການຊ່ວຍເຫຼືອຈາກພາກລັດ ຫຼື ມີລາຍຮັບຕໍ່ າຫຼາຍ ທີ່ມີລາຍຮັບປະຈໍາປີ $25,760 ຕໍ່ບຸກຄົນ ຫຼື $53,000 ຕໍ່ຄອບຄົວທີ່ມີ 4 ຄົນ ສາມາດເຂົ້າໄປພົບກັບທະນາຍຄວາມໄດ້ໂດ ຍບໍ່ເສຍຄ່າໃນລະຫວ່າງການດໍາເນີນຄະດີການຂັບໄລ່ອອກ. ຕິດຕໍ່ສາຍດ່ວນໃນການກວດກາປ້ອງກັນການຂັບໄລ່ອອກ ທີ່ເບີ 855‑657-8387 ຫຼື ສະໝັກທາງອອນລາຍໄດ້ທີ່ org/apply-online.

ຮຽນຮູ້ເພີ່ມຕື່ມຈາກ ອົງການໄອຍະການຂອງລັດ

Office of the Attorney General (ຫ້ອງການຂອງອົງການໄອຍະການ) ພວມສະໜອງຂໍ້ມູນດ້ານກົດໝາຍ ແລະ ນະໂຍບາຍເພີ່ມຕື່ມເປັນຫຼາຍພາສາ ກ່ຽວກັບໂຄງການເຫຼົ່ານີ້ ແລະ ບັນຫາກ່ຽວກັບເຈົ້າຂອງເຮືອນ-ຜູ້ເຊົ່າເຮືອນອື່ນໆ ທີ່ atg.wa.gov/landlord-tenant.

ໂທຫາ 2-1-1 ສໍາລັບຂໍ້ມູນ ກ່ຽວກັບການຊ່ວຍເຫຼືອຄ່າໃຊ້ຈ່າຍອື່ນໆ

ເຂົ້າຊົມ wa211.org ຫຼື ໂທຫາ 2-1-1 ເພື່ອລົມກັບບາງຄົນທີ່ສາມາດໃຫ້ຂໍ້ມູນກ່ຽວກັບການຊ່ວຍທ່ານຈ່າຍຄ່າສິ່ງຕ່າງໆ ເຊັ່ນ: ຄ່າພະລັງງານ, ອາຫານ, ຄ່າອິນເຕີເນັດ ແລະ ອື່ນໆ.

Last Updated 2021-10